ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ຕ້ອນຮັບຄະນະວິຊາ ຂອງ ສປ ຈີນ


     ໃນວັນທີ 13 ທັນວາ 2023 ນີ້, ສະຫາຍ ພົນຕີ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ
ໄດ້ຕ້ອນຮັບຄະນະວິຊາການ ສປ ຈີນ ນຳພາໂດຍ ສະຫາຍ ພົນຕີ ມ່າຊິນ ຮອງຫົວໜ້າ ກົມສູ້ຮົບ ກົມເສນາທິການ ຮ່ວມກອງທັບ
ປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະເນື່ອງໃນ ໂອກາດທີ່ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ
ວັນທີ 11-16 ທັນວາ 2023.

     ສະຫາຍ ພົນຕີ ຄຳເຫຼັກ ແສງພະຈັນ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດ
ວຽກ ຢູ່ ສປປ ລາວ ຂອງສະຫາຍ ພົນຕີ ມ່າຊິນ ພ້ອມຄະນະ ພ້ອມທັງຍົກໃຫ້ເຫັນ ມູນເຊື້ອການພົວພັນຮ່ວມມືລະຫວ່າງສອງ
ຊາດ, ສອງກອງທັບ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ເຊິ່ງການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ເປັນການເພີ່ມທະ
ວີການພົວພັນຮ່ວມມືຂອງສອງ ກອງທັບ ລາວ-ຈີນ, ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີ ທີ່ມີມູນເຊື້ອອັນດີງາມ, ການ
ປະສ່ວນເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ
ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ.

     ໂອກາດນີ້, ສະຫາຍ ພົນຕີ ມ່າຊິນ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ຜູ້ບັນຊາການທະຫານ ອາກາດກອງທັບປະຊາຊົນລາວ
ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດ ມິດຕະພາບ ພ້ອມທັງແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດ
ວຽກຢູ່ ສປປ ລາວ ຄັ້ງນີ້, ເພື່ອພົບປະໂອ້ລົມກ່ຽວກັບ ແຜນການຮ່ວມມືດ້ານຕ່າງໆ ທີ່ສອງຝ່າຍເຫັນດີຮ່ວມກັນ ເພື່ອພ້ອມກັນປົກ
ປັກຮັກສາ, ເສີມຂະຫາຍສາຍ ພົວພັນຮ່ວມມືລະຫວ່າງສອງຊາດ, ສອງກອງທັບຈີນ-ລາວ, ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ແຫຼ່ງຂ່າວໂດຍ ອາຫວຸ້ນ
ວັນທີ 14/12/2023